ທັງໝົດ Google, ເຮັດວຽກເພື່ອທ່ານ
ເຂົ້າສູ່ລະບົບບັນຊີ Google ຂອງທ່ານ ແລ້ວຮັບປະໂຫຍດສູງສຸດຈາກທັງໝົດການບໍລິການຂອງ Google ທີ່ທ່ານໃຊ້. ບັນຊີຂອງທ່ານຊ່ວຍທ່ານເຮັດໄດ້ຫຼາຍກວ່າໂດຍການປັບແຕ່ງປະສົບການ Google ຂອງທ່ານໃຫ້ເປັນແບບສະເພາະຕົວ ແລະ ໃຫ້ການເຂົ້າເຖິງຂໍ້ມູນສຳຄັນທີ່ສຸດຂອງທ່ານຈາກທຸກບ່ອນໄດ້ຢ່າງງ່າຍດາຍ.
ຊ່ວຍທ່ານ
ເມື່ອທ່ານຢູ່ໃນລະບົບ, ການບໍລິການທັງໝົດຂອງ Google ທີ່ທ່ານໃຊ້ຈະເຮັດວຽກຮ່ວມກັນຢ່າງຄ່ອງຕົວເພື່ອໃຫ້ການຊ່ວຍເຫຼືອໃນໜ້າວຽກແຕ່ລະວັນ ເຊັ່ນ: ການຊິ້ງຂໍ້ມູນ Gmail ຂອງທ່ານກັບ Google ປະຕິທິນ ແລະ Google ແຜນທີ່ຂອງທ່ານເພື່ອໃຫ້ແນ່ໃຈວ່າທ່ານຮູ້ກຳນົດເວລາຂອງທ່ານໄດ້ລ່ວງໜ້າ.
ສ້າງມາສຳລັບທ່ານ
ບໍ່ວ່າທ່ານກຳລັງໃຊ້ອຸປະກອນ ຫຼື ການບໍລິການໃດຂອງ Google, ບັນຊີຂອງທ່ານໃຫ້ທ່ານມີປະສົບການທີ່ກົງກັນທີ່ທ່ານສາມາດປັບແຕ່ງ ແລະ ຈັດການໄດ້ທຸກເວລາ.
ປົກປ້ອງທ່ານ
ບັນຊີ Google ຂອງທ່ານໄດ້ຮັບການປົກປ້ອງຈາກການຮັກສາຄວາມປອດໄພຊັ້ນນຳອຸດສາຫະກຳທີ່ຈະຊ່ວຍກວດຫາ ແລະ ບລັອກອັນຕະລາຍຕ່າງໆໂດຍອັດຕະໂນມັດກ່ອນທີ່ພວກມັນຈະມາເຖິງທ່ານ.
ພ້ອມຊ່ວຍເຫຼືອ
ບັນຊີ Google ຂອງທ່ານຈະຊ່ວຍທ່ານປະຢັດເວລາໂດຍການຕື່ມຂໍ້ມູນລະຫັດຜ່ານ, ທີ່ຢູ່ ແລະ ລາຍລະອຽດການຈ່າຍເງິນໂດຍອັດຕະໂນມັດ ໂດຍໃຊ້ຂໍ້ມູນທີ່ທ່ານບັນທຶກໄວ້ໃນບັນຊີຂອງທ່ານ.
ເມື່ອທ່ານເຂົ້າສູ່ລະບົບບັນຊີ Google ຂອງທ່ານ, ການບໍລິການ Google ທັງໝົດທີ່ທ່ານໃຊ້ຈະເຮັດວຽກຮ່ວມກັນເພື່ອຊ່ວຍທ່ານເຮັດສຳເລັດສິ່ງຕ່າງໆໄດ້ຫຼາຍຂຶ້ນ. ຕົວຢ່າງ: ລະບົບຈະຊິ້ງຂໍ້ມູນການຢືນຢັນຖ້ຽວບິນໃນ Gmail ກັບ Google ປະຕິທິນ ແລະ Google ແຜນທີ່ຂອງທ່ານໂດຍອັດຕະໂນມັດເພື່ອຊ່ວຍທ່ານໄປຮອດສະໜາມບິນໄດ້ທັນເວລາ.
ການເຂົ້າສູ່ລະບົບພຽງເທື່ອດຽວຈະຊ່ວຍໃຫ້ໄດ້ຮັບປະສົບການໃນການນຳໃຊ້ Google ທີ່ລ່ຽນໄຫຼ, ບໍ່ວ່າຈະເປັນການຫຼິ້ນວິດີໂອ YouTube ຕໍ່ຈາກຈຸດທີ່ເບິ່ງຄ້າງໄວ້ໃນອຸປະກອນຕ່າງໆ, ໄປຈົນເຖິງການມີລາຍຊື່ຜູ້ຕິດຕໍ່ ແລະ ແອັບທີ່ມັກຈາກ Play Store ທີ່ພ້ອມໃຫ້ເຂົ້າເຖິງໄດ້ຢ່າງງ່າຍດາຍ. ນອກຈາກນີ້, ບັນຊີ Google ຂອງທ່ານຍັງຊ່ວຍໃຫ້ທ່ານ ເຂົ້າສູ່ລະບົບແອັບພາກສ່ວນທີສາມ ໄດ້ຢ່າງວ່ອງໄວ ແລະ ປອດໄພນຳ ດັ່ງນັ້ນທ່ານຈຶ່ງໃຊ້ຄ່າກຳນົດຂອງ Google ໄດ້ເຖິງແມ່ນວ່າຢູ່ໃນບໍລິການພາກສ່ວນທີສາມ.
ສະເພາະທ່ານເທົ່ານັ້ນ
ທ່ານສາມາດເຂົ້າເຖິງຂໍ້ມູນ ແລະ ການຕັ້ງຄ່າຂອງທ່ານໄດ້ໂດຍການແຕະຄັ້ງດຽວ. ພຽງແຕ່ແຕະຮູບໂປຣໄຟລ໌ຂອງທ່ານ ແລ້ວໄປຕາມລິ້ງໄປຫາ “ຈັດການບັນຊີ Google ຂອງທ່ານ”. ຈາກຮູບໂປຣໄຟລ໌ຂອງທ່ານ, ທ່ານຍັງສາມາດເຂົ້າສູ່ລະບົບ, ອອກຈາກລະບົບ ຫຼື ເປີດໂໝດໂໝດບໍ່ເປິດເຜີຍຕົວຕົນໄດ້ຢ່າງງ່າຍດາຍນຳ.
ເມື່ອເວົ້າເຖິງຄວາມເປັນສ່ວນຕົວແລ້ວ, ພວກເຮົາຮູ້ດີວ່າບໍ່ມີສູດສຳເລັດຮູບທີ່ໃຊ້ໄດ້ກັບທຸກຢ່າງ. ນັ້ນແມ່ນຍ້ອນຫຍັງທຸກໆບັນຊີ Google ຈິ່ງມາພ້ອມກັບການຄວບຄຸມ ແລະ ເຄື່ອງມືທີ່ໃຊ້ງ່າຍ ເຊັ່ນ: ການກວດກາຄວາມເປັນສ່ວນຕົວ ເພື່ອໃຫ້ທ່ານສາມາດເລືອກການຕັ້ງຄ່າຄວາມເປັນສ່ວນຕົວທີ່ເໝາະສົມສຳລັບທ່ານໄດ້. ນອກນັ້ນທ່ານສາມາດຄວບຄຸມວ່າຈະບັນທຶກຂໍ້ມູນໃດໄວ້ໃນບັນຊີຂອງທ່ານໄດ້ດ້ວຍການຄວບຄຸມເປີດ/ປິດທີ່ໃຊ້ງ່າຍໆ ແລະ ລຶບຂໍ້ມູນຂອງທ່ານຕາມວັນທີ, ຜະລິດຕະພັນ ແລະ ຫົວຂໍ້ໄດ້.
ບັນຊີ Google ຂອງທ່ານໃຫ້ສະຖານທີ່ຮວມສູນທີ່ປອດໄພເພື່ອເກັບຮັກສາຂໍ້ມູນສ່ວນຕົວຂອງທ່ານ ເຊັ່ນ: ບັດເຄຣດິດ, ລະຫັດຜ່ານ ແລະ ລາຍຊື່ຜູ້ຕິດຕໍ່, ເພື່ອໃຫ້ມັນພ້ອມໃຫ້ທ່ານນຳໃຊ້ໃນທົ່ວອິນເຕີເນັດເມື່ອທ່ານຕ້ອງການມັນ.
ຮັກສາຂໍ້ມູນຂອງທ່ານໃຫ້ເປັນສ່ວນຕົວ ແລະ ປອດໄພ
ບັນຊີ Google ຂອງທ່ານຈະປົກປ້ອງຂໍ້ມູນສ່ວນຕົວຂອງທ່ານໂດຍອັດຕະໂນມັດ ແລະ ຮັກສາໃຫ້ມັນເປັນສ່ວນຕົວ ແລະ ປອດໄພ. ທຸກໆບັນຊີມາພ້ອມກັບຄຸນສົມບັດທີ່ມີປະສິດທິພາບ ເຊັ່ນ: ຕົວກັ່ນຕອງສະແປມທີ່ບລັອກອີເມວອັນຕະລາຍໄດ້ເຖິງ 99.9% ກ່ອນທີ່ພວກມັນຈະຮອດທ່ານ ແລະ ການແຈ້ງເຕືອນຄວາມປອດໄພທີ່ປັບແຕ່ງເປັນແບບສ່ວນຕົວທີ່ແຈ້ງເຕືອນທ່ານກ່ຽວກັບການເຄື່ອນໄຫວອັນທີ່ໜ້າສົງໄສ ແລະ ເວັບໄຊອັນຕະລາຍ.
ອຸປະກອນທີ່ງ່າຍດາຍນີ້ໃຫ້ການແນະນຳທີ່ເປັນແບບສ່ວນຕົວແກ່ທ່ານເພື່ອຊ່ວຍຮັກສາໃຫ້ບັນຊີຂອງທ່ານປອດໄພ.
ບັນຊີ Google ຂອງທ່ານມາພ້ອມກັບຕົວຈັດການລະຫັດຜ່ານໃນຕົວທີ່ບັນທຶກລະຫັດຜ່ານຂອງທ່ານໄວ້ໃນບ່ອນສູນກາງໄດ້ຢ່າງປອດໄພທີ່ມີແຕ່ທ່ານເທົ່ານັ້ນສາມາດເຂົ້າເຖິງໄດ້.