ວິທີທີ່ງ່າຍທີ່ສຸດ ແລະ ປອດໄພທີ່ສຸດເພື່ອເຂົ້າສູ່ລະບົບບັນຊີ Google ຂອງທ່ານ
ກະແຈຜ່ານແມ່ນເປັນທາງເລືອກທີ່ງ່າຍຍິ່ງຂຶ້ນ ແລະ ປອດໄພຍິ່ງຂຶ້ນຕໍ່ກັບລະຫັດຜ່ານ. ພວກມັນໃຫ້ທ່ານເຂົ້າສູ່ລະບົບດ້ວຍການສະແກນລາຍນິ້ວມື, ການສະແກນໃບໜ້າ ຫຼື ການລັອກໜ້າຈໍ.
-
ງ່າຍດາຍ
ກະແຈຜ່ານໃຫ້ປະສົບການທີ່ສະດວກ ແລະ ງ່າຍດາຍທີ່ໃຊ້ການລັອກອຸປະກອນຂອງທ່ານ, ເຊັ່ນ: ລາຍນິ້ວມື, ໃບໜ້າ, ປັກໝຸດ ຫຼື ຮູບແບບການເຂົ້າສູ່ລະບົບບັນຊີ Google ຂອງທ່ານ.
-
ປອດໄພ
ກະແຈຜ່ານໃຫ້ການປົກປ້ອງທີ່ເຂັ້ມແຂງທີ່ສຸດ. ພວກມັນບໍ່ສາມາດຄາດເດົາ ຫຼື ຖືກນຳກັບມາໃຊ້ຄືນໄດ້, ເຊິ່ງຊ່ວຍໃຫ້ຂໍ້ມູນສ່ວນຕົວຂອງທ່ານປອດໄພຕໍ່ກັບຜູ້ໂຈມຕີ.
-
ສ່ວນຕົວ
ຂໍ້ມູນລະບົບຊີວະມິຕິຂອງທ່ານ ເຊັ່ນ: ການສະແກນລາຍນິ້ວມື ຫຼື ໃບໜ້າແມ່ນຖືກເກັບມ້ຽນຢູ່ອຸປະກອນສ່ວນຕົວຂອງທ່ານ ແລະ ຈະບໍ່ຖືກແບ່ງປັນກັບ Google ເລີຍ.
ງ່າຍປານ 1-2-3
ເຂົ້າສູ່ລະບົບບັນຊີ Google ຂອງທ່ານ, ຕັ້ງກະແຈຜ່ານຂອງທ່ານກັບອຸປະກອນຂອງທ່ານ ແລະ ເທົ່ານີ້ທຸກຢ່າງກໍສຳເລັດຮຽບຮ້ອຍ!